ການເກັບຂໍ້ມູນໄກ້ເວລາຈິງການລະບາດຂອງພະຍາດ ແລະ ແມງໄມ້

No hay miniatura disponible

Fecha

Autores

Título de la revista

ISSN de la revista

Título del volumen

Editor

FAO ;

Resumen

Descripción

ແຜ່ນພັບດັ່ງກ່າວນຳສະເໜີເຄື່ອງມືທີ່ນໍາໃຊ້ການບໍລິການຂໍ້ມູນພູມອາກາດສໍາລັບກະສິກໍາໃນລາວ (LaCSA) ເພື່ອເກັບກຳຂໍ້ມູນສັດຕູພືດ ແລະ ພະຍາດໃນເວລາໃກ້ຕົວຈິງ. ຂໍ້ມູນການລະບາດຂອງສັດຕູພືດ ແລະ ພະຍາດໃນເວລາຈິງແມ່ນເກັບກຳໂດຍ ສູນປ້ອງກັນພືດຕັ້ງແຕ່ຫຼາຍປີທີ່ຜ່ານມາ. ພາຍໃຕ້ການຮ່ວມມືກັບ FAO, ຂໍ້ມູນດັ່ງກ່າວໄດ້ຖືກນໍາໃຊ້ເປັນສ່ວນຫນຶ່ງຂອງລະບົບ LaCSA ເພື່ອຜະລິດການບໍລິການຂໍ້ມູນພູມອາກາດສໍາລັບຊາວກະສິກອນໃນແບບລາຍອາທິດ ແລະ ປະຈໍາເດືອນ. ຮູບແບບການປ້ອນຂໍ້ມູນສັດຕູພືດ ແລະ ພະຍາດພືດທີ່ໃກ້ກັບເວລາຕົວຈິງ ແລະ ລາຍງານເຫດການແມ່ນໄດ້ຖືກນຳສະເໜີເຊັ່ນດຽວກັນ. ນອກຈາກນັ້ນ, ແຜ່ນພັບຍັງອະທິບາຍວ່າ ເຄື່ອງມືໃໝ່ນີ້ຊ່ວຍໃນການວາງແຜນຍຸດທະສາດ ແລະ ການຄຸ້ມຄອງພະຍາດພືດ ແລະ ສັດຕູພືດ, ເພື່ອປັບປຸງຄວາມສາມາດຂອງຊາວກະສິກອນໃນລະດັບທ້ອງຖິ່ນ, ແລະ ໝູນໃຊ້ເຂົ້າໃນການຜະລິດສິກໍາຢ່າງຕັ້ງໜ້າ. ສຸດທ້າຍ, ເອກະສານສະບັບນີ້ ໄດ້ອະທິບາຍວ່າ ໜ່ວຍງານຂອງລັດຖະບານ ແລະ ອົງການ NGO ລະດັບຊາດ ແລະ ທ້ອງຖິ່ນທີ່ເຮັດວຽກສົ່ງເສີມກະສິກຳ ສາມາດນຳໃຊ້ຂໍ້ມູນນີ້ເຂົ້າໃນໂຄງການສ້າງຂີດຄວາມສາມາດ ແລະ ການພັດທະນາຊົນນະບົດ.

Palabras clave

Citación