ປຶ້ມຄູ່ມືການຝຶກອົບຮົມລະບາດວິທະຍາສັດຕະວະແພດພາກສະໜາມຂັ້ນພື້ນຖານ

No hay miniatura disponible

Fecha

Autores

Título de la revista

ISSN de la revista

Título del volumen

Editor

FAO ;

Resumen

Descripción

ປຶ້ມຄູ່ມືການຝຶກອົບຮົມລະບາດວິທະຍາສັດຕະວະແພດພາກສະໜາມຂັ້ນພື້ນຖານ ນີ້ຕ້ອງໄດ້ຮັບການປັບປຸງເພື່ອໃຫ້ສະທ້ອນເຖິງສະພາບການລະບາດຂອງພະຍາດສັດໃນປະຈຸບັນ. ປຶ້ມຄູ່ມືນີ້ສາມາດນຳມາໃຊ້ເພື່ອໃຫ້ທິດຊີ້ນຳ ແລະ ບົດຮຽນຕ່າງໆໃນການປ້ອງກັນ, ຄວບຄຸມ ແລະ ຮັບມືກັບສະພາບການລະບາດຂອງພະຍາດສັດໃນສະພາບການປະຈຸບັນຢ່າງທັນການ. ພະຍາດທີ່ເກີດຂຶ້ນເຫຼົ່ານີ້ເປັນໄພຂົ່ມຂູ່ຕໍ່ການລ້ຽງສັດ ແລະ ສ້າງຄວາມເສຍຫາຍທາງດ້ານເສດຖະກິດຢ່າງຫຼວງຫຼາຍຕໍ່ຊາວກະສິກອນ ແລະ ບັນດາກຸ່ມຄົນທີ່ລ້ຽງສັດເປັນສິນຄ້າໃນທົ່ວປະເທດ. ການສືບຕໍ່ຕິດຕາມ, ເຝົ້າລະວັງ ແລະ ລາຍງານພະຍາດສັດ ແລະ ພະຍາດສັດຕິດຕໍ່ສູ່ຄົນ ແມ່ນມີຄວາມຈຳເປັນເພື່ອຮັບປະກັນການສືບຄົ້ນທີ່ໄວ ແລະ ການໂຕ້ຕອບທີ່ທັນເວລາ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ. ເນື່ອງຈາກການສືບຄົ້ນ ແລະ ໂຕ້ຕອບທີ່ທັນເວລາ ແລະ ມີປະສິດທິຜົນ, ສປປ ລາວ ຈະສາມາດສືບຕໍ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ປະຊາກອນທີ່ເພີ່ມຂຶ້ນ, ພ້ອມທັງຮັກສາໂອກາດໃນການສົ່ງອອກໄດ້.

Palabras clave

Citación