ສິ່່ງທ້້າທາຍ ແລະ ໂອກາດ ຂອງການປະຕິິຮູູບ

No hay miniatura disponible

Fecha

Título de la revista

ISSN de la revista

Título del volumen

Editor

FAO ;

Resumen

Descripción

ນະໂຍບາຍຫຍໍ້ນີ້ໄດ້ຮັບການພັດທະນາເພື່ອໃຫ້ເກີດການ ເຂົ້າຮ່ວມທີ່ມີຄວາມໝາຍ ແລະ ການສົນທະນາດ້ານ ນະໂຍບາຍ ກັບສະຖາບັນລັດຖະບານ ແລະ ພາກສ່ວນກ່ຽວ ຂ້ອງອື່ນໆ ກ່ຽວກັບສິ່ງທ້າທາຍ ແລະ ໂອກາດ ກ່ຽວຂ້ອງ ກັບການຮັບຮອງກໍາມະສິດຄອບຄອງຕາມປະເພນີ ໃນ ສປປ ລາວ. ການຄອບຄອງຕາມປະເພນີ ຖືກຮັບຮູ້ວ່າເປັນກົດເກນ ຂອງທ້ອງຖິ່ນ, ເປັນແບບແຜນ ແລະ ເປັນພາກປະຕິບັດໃນ ການຄຸ້ມຄອງທີ່ດິນ, ການປະມົງ ແລະ ປ່າ ຜ່ານໄລຍະເວລາ ແລະ ການນໍາໃຊ້ ເຊິ່ງໄດ້ຮັບຄວາມຊອບທໍາ ແລະ ຝັງຮາກໃນ ສາຍໃຍທາງສັງຄົມ. ເຖິງແມ່ນວ່າກົດເກນແຫ່ງປະເພນີ ມັກ ຈະບໍ່ໄດ້ຖືກຂຽນເປັນລາຍລັກອັກສອນ ພວກມັນກໍໄດ້ຮັບການ ສະໜັບສະໜູນຈາກສັງຄົມຢ່າງກວ້າງຂວາງ ແລະ ອາດຈະ ຖືກຍຶດຖືກັນໂດຍທົ່ວໃນສະມາຊິກປະຊາກອນທ້ອງຖິ່ນໃດໜຶ່ງ (FAO, 2016). ໃນບໍລິບົດນີ້ ເອກະສານນີ້ແນໃສ່ການສ້າງ ຄວາມເຂັ້ມແຂງ ແກ່ການຮັບຮອງ ແລະ ການປົກປ້ອງທາງ ກົດໝາຍ ຕໍ່ລະບົບຄອບຄອງຕາມປະເພນີ ໃນປະເທດ ຕາມຫຼັກ ການສໍາຄັນ ຄື “ບົດແນະນໍາຕາມຄວາມສະໝັກໃຈ ກ່ຽວກັບ ການບໍລິຫານສິດຄຸ້ມຄອງນໍາໃຊ້ທີ່ດິນ, ການປະມົງ, ແລະ ປ່າໄມ້ ຕາມປະເພນີ ຢ່າງມີຄວາມຮັບຜິດຊອບ ໃນບໍລິບົດຄວາມໝັ້ນ ຄົງທາງສະບຽງອາຫານແຫ່ງຊາດ” (VGGT). ມັນສໍາຄັນທີ່ ຈະໝາຍວ່າລະບົບກໍາມະສິດຄອບຄອງຕາມປະເພນີມີຢູ່ທັງໃນ ທີ່ດິນທີ່ຄຸ້ມຄອງໂດຍຊຸມຊົນ ແລະ ທີ່ດິນສ່ວນຕົວທີ່ຄອບຄອງ ໂດຍບຸກຄົນ ແລະ ຄົວເຮືອນຕ່າງໆ.

Palabras clave

Citación