ແຜນທີ່ພູມອາກາດປະເທດລາວ

No hay miniatura disponible

Fecha

Título de la revista

ISSN de la revista

Título del volumen

Editor

FAO ;

Resumen

Descripción

ການສັງເກດການສະພາບພູມອາກາດທີ່ມີຄວາມລະອຽດສູງ ແມ່ນສ່ວນໜຶ່ງຂອງກິດຈະກຳຂອງອົງປະກອບທີສອງຂອງໂຄງການ “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ”. ກົມອຸຕຸນິຍົມ ແລະ ອຸທົກກະສາດ (ກອຕທ) ແລະ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (ຄພດກ) ກຳລັງພັດທະນາແຜນທີ່ພູມອາດອາກາດທີ່ສະແດງໃຫ້ເຫັນຕົວປ່ຽນແປງຂອງສະພາບດິນຟ້າອາກາດໃນລະດັບຂອບເຂດພື້ນທີ່ຕ່າງໆ ສຳລັບອະດີດ ແລະ ໃນອະນາຄົດ. ແຜນທີ່ແຕ່ລະອັນຈະສະແດງໃຫ້ເຫັນຫນຶ່ງປະເພດຂອງຕົວແປ, ເຊິ່ງສ່ວນໃຫຍ່ແມ່ນອຸນຫະພູມ ຫຼື ປະລິມານນໍ້າຝົນ. ຕົວແປທີ່ກ່ຽວຂ້ອງກັບສະພາບພູມອາກາດ ທີ່ຈະຖືກສ້າງຂື້ນຢູ່ແຜນທີ່ແມ່ນມີຄວາມຊຸ່ມຊື່ນ, ຄວາມກົດດັນຂອງອາກາດ, ຄວາມໄວລົມ, ປະລິມານແສງແດດ ແລະ ອື່ນໆ. ຜົນໄດ້ຮັບຈະຊ່ວຍສະໜັບສະໜູນ ໃນການພັດທະນາເຂດນິເວດກະສິກຳ ແລະ ປ້ອນເຂົ້າໃນລະບົບການຄຸ້ມຄອງຂໍ້ມູນຂ່າວສານຊັບພະຍາກອນທີ່ດິນ (LRMIS) ເພື່ອນຳໃຊ້ເຂົ້າໃນນະໂຍບາຍດ້ານກະສິກຳ ແລະ ການປັບຕົວເຂົ້າກັບການປ່ຽນແປງ.

Palabras clave

Citación