ຄູ່ມືຝຶກອົບຮົມດ້ານອຸຕຸກະເສດສໍາລັບພະນັກງານສົ່ງເສີມກະສິກໍາໃນ ສປປ ລາວ

No hay miniatura disponible

Fecha

Título de la revista

ISSN de la revista

Título del volumen

Editor

FAO ;

Resumen

Descripción

ອຸຕຸນິຍົມທາງດ້ານກະສິກຳຈັດການກັບປັດໄຈທາງດ້ານອຸຕຸນິຍົມ, ອຸທົກກະສາດ, ທໍລະນີສາດ ແລະ ຊີວະພາບ ທີ່ມີຜົນກະທົບຕໍ່ການຜະລິດກະສິກຳ ລວມທັງການພົວພັນລະຫວ່າງກະສິກຳ ແລະ ສິ່ງແວດລ້ອມ. ປຶ້ມຄູ່ມືການຝຶກອົບຮົມນີ້ໄດ້ຖືກພັດທະນາຂຶ້ນສໍາລັບການຝຶກອົບຮົມໃຫ້ແກ່ຄູຝຶກ (TOT) ເພື່ອຈັດຕັ້ງປະຕິບັດວຽກງານອຸຕຸກະເສດຢູ່ໃນລະດັບທ້ອງຖິ່ນຢ່າງມີປະສິດທິຜົນ ໂດຍຜ່ານຫຼາຍວິທີການທີ່ໄດ້ທົດສອບຢູ່ໃນ ສປປ ລາວ ແລ້ວ, ເຊັ່ນ: ໂຮງຮຽນຊາວນາກ່ຽວກັບພູມອາກາດ ແລະ ວິທີການແບບເປັນກຸ່ມ, ລະບົບການປະກາດຂ່າວຕໍ່ສາທາລະນະຊົນ (ໂທລະໂຄ່ງ), ແລະ ກິດຈະກໍາຂອງໂຮງຮຽນ. ຄູ່ມືດັ່ງກ່າວແມ່ນໄດ້ຖືກພັດທະນາຂຶ້ນສໍາລັບການນໍາໃຊ້ລະບົບອອນໄລນ໌ ຂອງການບໍລິການສະພາບອາກາດຂອງລາວເພື່ອການກະສິກໍາ (LaCSA) ທີ່ພັດທະນາພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ ທີ່ໃຫ້ທຶນໂດຍອົງການອໍານວຍຄວາມສະດວກດ້ານສິ່ງແວດລ້ອມໂລກ (GEF). ຊຶ່ງມີຈຸດປະສົງສໍາລັບການຝຶກອົບຮົມໃຫ້ແກ່ຄູຝຶກ, ແລະ ການອອກແບບແມ່ນມີຄວາມຍືດຍຸ່ນ ເພື່ອໃຫ້ຫຼັກສູດ ຫຼື ບົດຮຽນ ທີ່ສາມາດຖອດຖອນເອົາບົດຮຽນ ແລະ ໄປນໍາໃຊ້ເຂົ້າໃນການຝຶຶກອົບຮົມພະນັກງານລະດັບພາກສະໜາມ ພ້ອມກັບການປັບປຸງໃຫ້ແທດເຫມາະກັບບາງທ້ອງຖິ່ນ. ການຝຶກອົບຮົມຍັງສາມາດຊ່ວຍຕື່ມຊ່ອງຫວ່າງລະຫວ່າງຜູ້ຜະລິດຂອງການບໍລິການດ້ານອຸຕຸກະເສດ ແລະ ຄວາມຕ້ອງການຕົວຈິງຂອງຊາວກະສິກອນ ເພື່ອປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າ.

Palabras clave

Citación