ປື້ມແຜນທີ່ກ່ຽວກັບ ການດໍາລົງຊີວິດດ້ານກະສິກໍາແບບມີສ່ວນຮ່ວມ ແລະ ການກໍານົດຄວາມສ່ຽງທາງດ້ານສະພາບອາກາດເພື່ອສ້າງບູລິມະສິດ ສໍາລັບບໍລິການຂໍ້ມູນດ້ານສະພາບອາກາດຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປີ 2019 – 2020

No hay miniatura disponible

Fecha

Título de la revista

ISSN de la revista

Título del volumen

Editor

FAO ; Alliance of Bioversity International/CIAT ; Ministry of Agriculture and Forestry (MAF), Lao People's Democratic Republic ;

Resumen

Descripción

ປື້ມແຜນທີ່ນີ້ເປັນຂໍ້ມູນແຫ່ງຊາດຊຸດທຳອິດກ່ຽວກັບການດຳລົງຊີວິດ ແລະ ຄວາມສາມາດໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ບັນດາແຜນທີ່ທີ່ລວມຢູ່ໃນປື້ມນີ້ ລວມມີຄວາມເພິ່ງພໍໃຈຂອງຄວາມຕ້ອງການຂັ້ນພື້ນຖານຂອງຊາວກະສິກອນ, ການເຂົ້າເຖິງຊັບພະຍາກອນທີ່ຈໍາເປັນສໍາລັບການປະດິດສ້າງຂອງຊາວກະສິກອນ ແລະ ຄວາມສາມາດຂອງຊາວກະສິກອນເພື່ອແປຄວາມແນວຄິດປະດິດສ້າງໄປສູ່ການປະຕິບັດຕົວຈີງ. ລັກສະນະພູມີປະເທດທີ່ໄດ້ວາງແຜນໄວ້ ລວມມີທັດສະນະຄະຕິຕໍ່ກັບການປ່ຽນແປງທີ່ກ່ຽວຂ້ອງກັບຊີວິດການເປັນຢູ່, ກິດຈະກໍາທາງເສດຖະກິດ, ຄວາມອຸດົມສົມບູນຂອງດິນ, ການສະຫນັບສະຫນູນດ້ານພື້ນຖານໂຄງລ່າງ, ບັນຫາຄວາມປອດໄພດ້ານສະບຽງອາຫານ, ຄວາມຫມັ້ນຄົງຂອງນ້ຳ, ການສະຫນັບສະຫນູນສະຖາບັນ ແລະ ຂະຫຍາຍດ້ານການບໍລິການ, ການເຂົ້າເຖິງຂໍ້ມູນສະພາບອາກາດໂດຍຜ່ານເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ (ICTs), ການເຂົ້າເຖິງຕະຫຼາດ. ປະຖົມນິເທດການຜະລິດ, ການນຳໃຊ້ ແລະ ການເຂົ້າເຖິງປັດໄຈການຜະລິດກະສິກຳ, ຄວາມຫຼາກຫຼາຍທາງດ້ານຊີວິດການເປັນຢູ່, ແລະ ການເພິ່ງພາອາໄສກະສິກຳ ລວມທັງການລ້ຽງສັດ ແລະ ການປະມົງ. ຊຸດຂໍ້ມູນດັ່ງກ່າວໄດ້ຖືກສ້າງຂື້ນໂດຍໃຊ້ວິທີການປະດິດສ້າງທີ່ປະສົມປະສານການສ້າງແຜນທີ່ແບບມີສ່ວນຮ່ວມ ແລະ ການວິເຄາະຂໍ້ມູນຂັ້ນສູງ, ນັ້ນແມ່ນລວມທັງ ມາດຕະຖານດ້ານວິຊາການ ແລະ ນະວະຕະກໍາວິທະຍາສາດທີ່ທັນສະໄໝ. ຂໍ້ມູນຊີວິດການເປັນຢູ່ແມ່ນໄດ້ເຜີຍແຜ່ຢູ່ໃນລະບົບການຄຸ້ມຄອງຂໍ້ມູນຂ່າວສານຊັບພະຍາກອນທີ່ດິນ ຂໍຂອບໃຈສຳລັບການຮ່ວມມືໃນການເຮັດວຽກຂອງສອງທີມງານ: "ໂຄງການ ການນໍາໃຊ້ການພະຍາກອນອາກາດຕາມລະດູການ ແລະ ແນວທາງການປະກັນໄພທີ່ມີນະວະຕະກໍາໃນການຄຸ້ມຄອງຄວາມສ່ຽງດ້ານດິນຟ້າອາກາດໃນຂະແຫນງການກະສິກໍາໃນອາຊີຕາເວັນອອກສຽງໃຕ້" (De-Risk), ປະຕິບັດໂດຍ CIAT ແລະ ໂຄງການ "ການສ້າງຄວາມເຂັ້ມແຂງລະບົບການຕິດຕາມ ແລະ ຂໍ້ມູນຂ່າວສານອຸຕຸກະສິກຳ (SAMIS)", ປະຕິບັດໂດຍ FAO.

Palabras clave

Citación