2026-06-27http://hdl.handle.net/123456789/230248ແຜ່ນພັບນີ້ໄດ້ນໍາສະເໜີກິດຈະກໍາຂອງອົງປະກອບທີສາມຂອງ "ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ" ອົງປະກອບດັ່ງກ່າວ ໄດ້ຈັດຕັ້ງປະຕິບັດ ໂດຍການຮ່ວມມືຢ່າງເຂັ້ມງວດກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ); ກະຊວງກະສິກໍາ ແລະ ປ່າໄມ້ (ກປມ); ແລະໂຄງການ CAWA, ມີຫົວຂໍ້ວ່າ“ ການຈັດການຄວາມຮູ້, ການເຜີຍແຜ່ຂໍ້ມູນ, ບົດຮຽນທີ່ຖອດຖອນໄດ້ສໍາລັບການນໍາໃຊ້ທ້ອງຖິ່ນ, ການວາງແຜນ ແລະ ການປະເມີນຜົນ”. ເອກະສານສະບັບນີ້ອະທິບາຍວ່າໂຄງການຂອງ FAO GEF ຈະສື່ສານຂໍ້ມູນທີ່ສ້າງມາຈາກອົງປະກອບ 1 ແລະ 2 ໄປຫາພາກສ່ວນກ່ຽວຂ້ອງຕ່າງກັນແນວໃດໃນລະດັບຊາດ, ແຂວງ, ແລະ ທ້ອງຖິ່ນ. ນີ້ເປັນການສະໜອງການຄຸ້ມຄອງຄວາມຮູ້ ແລະ ການເຜີຍແຜ່ຂໍ້ມູນ ແລະ ບົດຮຽນທີ່ຖອດຖອນໄດ້ສໍາລັບການວາງແຜນ, ການຕິດຕາມ ແລະ ການປະເມີນຜົນ. ຢູ່ໃນລະດັບທ້ອງຖິ່ນ, ສະພາບອາກາດ, ພູມອາກາດ, ຊັບພະຍາກອນທີ່ດິນ, ແລະ ຂໍ້ມູນຜົນກະທົບຈາກການປ່ຽນແປງດິນຟ້າອາກາດຈະຖືກເຜີຍແຜ່ໃຫ້ກັບກຸ່ມຊາວກະສິກອນຜ່ານກິດຈະກໍາໂຮງຮຽນຊາວນາ (FFS) ທີ່ໄດ້ສ້າງຕັ້ງຂຶ້ນ.6application/pdfFAOCC BY NC SA 3.0 IGOອົງປະກອບທີ 3 ຂອງໂຄງການຊາມິສ: ການຈັດການຄວາມຮູ້, ການເຜີຍແຜ່ຂໍ້ມູນຂ່າວສານ, ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອການຕັດສິນໃຈ, ການວາງແຜນ ແລ ະການປະເມີນຜົນSAMIS project component 3: Knowledge management, dissemination of information, and lessons learned for decision-making, planning and evaluation(GCP/LAO/021/LDF)(GCP/LAO/021/LDF)Booklet